ໃນຕອນເຊົ້າຂອງວັນທີ28 ຕຸລາ 2020 ນີ້ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະ ແນກຊັບພະຍາກອນທຳມະຊາດແລະ ສິ່ງແວດ ລ້ອມ ແຂວງສາລະວັນ,ຮ່ວມກັບຂະແໜງຊັບພະຍາກອນນ້ຳ ອຸຕຸນິຍົມອຸທົກກະສາດ, ພະນັກງານວິຊາການ ຫ້ອງການຊັບ ພະຍາ ກອນທຳມະ ຊາດແລະສິ່ງແວດລ້ອມເມືອງ 6 ຕົວເມືອງ,ເພື່ອເຄື່ອນໄຫວວັດແທກ,ກວດກາຄຸນນະພາບນ້ຳເຊໂດນ,ສາຍນ້ຳສາຂາ ເຂດ ອ່າງຮັບ ນ້ຳ ເຊໂດນ, ເຊລະນອງ,ເຊໂປນ,ເຊບັ້ງຫຽງ,ໃນຂັ້ນເບື້ອງຕົ້ນ ຈຳນວນ 10 ຈຸດ ຂອງ 6 ຕົວເມືອງ,ໃນນັ້ນມີເມືອງ ສາລະວັນ 4 ຈຸດ,ເມືອງ ວາປີ 1 ຈຸດ,ເມືອງຄົງເຊໂດນ 1 ຈຸດ,ເມືອງເລົ່າງາມ 1 ຈຸດ,ຕະໂອ້ຍ 2 ຈຸດ ແລະ ເມືອງສະໝ້ວຍ 1 ຈຸດ, ເຊີ່ງໃນ ແຕ່ລະ ຈຸດແມ່ນໄດ້ເຮັດ ການກວດກາວັດແທກ ຄຸນນະພາບນ້ຳກັບທີ່, ເກັບຕົວຢ່າງນ້ຳສົ່ງຫ້ອງ ທົດລອງ,ເພື່ອຕິດຕາມກວດກາ ວັດແທກ ຄຸນ ນະພາບ ນ້ຳໃນ ເຂດທີ່ມີຄວາມສ່ຽງຈາກແຫຼ່ງມົນລະພິດຕ່າງໆໃນບັນດາສາຍນ້ຳຫຼັກ , ສາຍນ້ຳສາຂາ,ເຝົ້າລະວັງຄຸນນະພາບນ້ຳໃນທົ່ວແຂວງສາລະວັນ,ເຊີ່ງໃນຜ່ານມາມີບາງຈຸດແມ່ນມີຄ່າມາດຕະຖານເກີນຄຸນນະພາບນ້ຳໜ້າດິນ ແຕ່ຍັງມີຄ່າຄວາມເຂັ້ມຂອງ ມົນລະພິດ ທີຕ່ຳກ່ວາ ມາດຕະ ຖານ ສິ່ງແວດລ້ອມແຫ່ງຊາດກຳນົດໄວ້ ແລະຍັງບໍ່ສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດໃນໜ້ານ້ຳເຂດດັ່ງກ່າວ.