ໃນຕອນເຊົ້າຂອງວັນທີ 11 ສິງຫາ 2021 ຜ່ານມານີ້, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງ ແລະ ພະນັກງານວິຊາການຂະແໜງທີ່ດິນ ລົງສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ເຂົ້າພົບທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງໆ ຄົງເຊໂດນ

        ເພື່ອແຈ້ງຈຸດປະສົງ ໃນການລົງຊຸກຍູ້ວຽກງານວຽກງານອອກໃບຕາດິນຂັ້ນເມືອງ ແລະ ແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນບ້ານໂນນ. ນອກຈາກນັ້ນ, ໃນວັນທີ 12 ສິງຫາ 2021 ທີມງານພະແນກ ຊສ ແຂວງຍັງຈະໄດ້ເປິດກອງປະຊຸມຮ່ວມກັບນາຍບ້ານໆໂນນ ແລະ ເຈົ້າຂອງທີ່ດິນ ຈຳນວນ 36 ຕອນ ທີ່ໄດ້ຈັບຈອງດິນລັດໄປຄອບຄອງ.  

        ເພື່ອແກ້ໄຂກ່ຽວກັບທີ່ດິນ ດັ່ງກ່າວທີມງານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ອຳນາດປົກຄອງເມືອງ ພ້ອມກັບອຳນາດການປົກຄອງບ້ານ ໄດ້ຈັດກອງປະຊຸມປືກສາຫາລືຫາ ເພື່ອໃຫ້ເຈົ້າຂອງທີ່ດິນຈຳນວນ 36 ຕອນ ເຂົ້າໃຈກ່ຽວກັບເນື້ອທີ່ດິນທີ່ຕົນຄອບຄອງ ແລະ ມອບດິນດັ່ງກ່າວນັ້ນ ຄືນໃຫ້ກັບລັດ.