ຮອງພະແນກ ຊສ ສາລະວັນ ຮ່ວມສະຫຼອງວັນສິ່ງແວດລ້ອມໂລກ ເມືຶອງຄົງເຊໂດນ
ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2020 ນີ້ ທ່ານ ສຸພະໄຊ ບຸນຍົງຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ປະຈຳແຂວງ ສາລະວັນ ໃດ້ເຂົ້າຮ່ວມກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງ ຄົງເຊໂດນ ,ພ້ອມດ້ວຍຄະນະນຳຂອງ,ເມືອງ,ຫ້ອງການອ້ອມຂ້າງ ເມືອງ ພ້ອມດ້ວຍຄູ ອາຈານ ນັກຮຽນ,ການຈັດຕັ້ງບ້ານອ້ອມຂ້າງເທດສະບານ ເກືອບ 70 ຄົນ ເຂົ້້າຮ່ວມສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ48ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດຄົບຮອບ 21 ປີ, ສຳລັບກິດຈະກຳໃນການເຄືອນໄຫວໃນຄັ້ງນີ້ປະກອບມີ ຂະບວນການອອກແຮງງານອະນາໄມເກັບມ້ຽນສິ່ງເສດເຫຼືອເຂດຄວາມຮັບພິຊອບ ເພື່ອປຸກຈິດສຳນຶກໃຫ້ກັບສັງຄົມ,ຈາກນັ້ນຜູ້ເຂົ້າຮ່ວມໃດ້ສາໜັກຄີກັນປຸກຕົ້ນໄມ້ເພືອປະດັບແລະເປັນຫົ່ມເງົາໃນເຂດດິນເປົ້່າ ຫ່ວາງ ເຂດຄວາມຮັບພິຊອບຂອງ,ຫ້ອງການອ້ອມຂ້າງ, ສະຖານີ່ໂຮງຮຽນ ແລະ ເຂດຊຸມຊົນທີ່ຂຶ້ນກັບເທດສະບານ ເມືອງຄົງເຊໂດນ ຕຶ່ມອີກ, ທັງນີ້ກໍ່ເພື່ອເປັນການອະນຸລັກຮັກສາສະພາບແວດລ້ອມໃຫ້ກັບຊຸມຊົນກໍ່ຄືການປຸກຈິດສຳນຶກໃຫ້ສັງຄົມເຫັນໃດ້ຄວາມສຳຄັນໃນການປົກປັກຮັກສາສະພາບແວດລ້ອມອ້ອມຂ້າງໃຫ້ມີຄວາມສະອາດສວຍງາມປາສະຈາກກິນອາຍມົນລະພິດ, ສິ່ງເສດເຫຼືອທີຈະເປັນພາຫະນະນໍາເຊື້ອພະຍາດ,ເຊື້ອໂລກຕ່າງໆທີ່ມີຕາມລະດູການໃຫ້ໝົດໄປ.
Read more: ຮອງພະແນກ ຊສ ສາລະວັນ ຮ່ວມສະຫຼອງວັນສິ່ງແວດລ້ອມໂລກ ເມືຶອງຄົງເຊໂດນ
ພຊສ ສາລະວັນ ປະເມີນການບໍລິການຜ່ານປະຕູດຽວ
ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2020ນີ້ ທ່ານ ສຸພະໄຊບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳແຂວງ ສາລະວັນ ໃດ້ເປັນປະທານຈັດກອງປະຊຸມປະເມີນຄຶນການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ພະແນກ ຊສ ປະຈຳແຂວງ, ໃນໄລຍະ 6 ເດືອນ ຕົ້ນປີ 2020 ເພື່ອຍົກໃຫ້ເຫັນຂອດດີທີຄວນເສີມຂະຫຍາຍ,ຂອດຄົງຄ້າງທີຕ້ອງໃດ້ປັບປຸງແກ້ໃຫ້ແທດເໝາະກັບລະບຽບການຫຼາຍຂຶ້ນ, ວຽກງານບໍການຜ່ານປະຕູດຽວ ພຊສ ສາລະວັນ
ພຊສ ແຂວງ ສາລະວັນ ປະກາດແຕ່ງຕັ້ງ ຜູ້ຮັກສາການຫົວໜ້າຂະແໜງ ແລະ ຜູ້ຊ່ວຍວຽກຫົວໜ້າຂະແໜງ ບາງຂະແໜງການ .
ໃນຕອນບ່າຍວັນທີ 10 ມິຖຸນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດກອງປະຊມ ປະກາດການຈັດຕັ້ງ ຮັກສາການຫົວໜ້າ ແລະ ຜູ້ຊ່ວຍວຽກຂະແໜງພາຍໃນ ພຊສ ແຂວງ, ທີ່ຫ້ອງປະຊຸມຂອງພະແນກການເງິນແຂວງສາລະວັນ ພາຍໄຕ້ການເປັນປະທານຂອງ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມມີຜູ້ຕາງໜ້າຄະນະກວດກາແຂວງ,ຕາງໜ້າຄະນະຈັດຕັ້ງແຂວງ,
ພຊສ ຈັດພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ,ຄັ້ງທີ I,ປະຈຳປີ 2019 ແລະວາງແຜນການສືບຕໍ່ ຄັ້ງວັນທີ II, ປະຈຳປີ 2020.
ໃນຕອນເຊົ້າວັນທີ 10 ມິຖຸນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດພິທີ່ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີI, ປະຈຳປີ 2019 ແລະ ວາງແຜນການສືບຕໍ່ ຄັ້ງທີ II, ປະຈຳປີ 2020 ,ເຊີ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມພະແນກການເງິນແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທຽນ ແກ້ວໄຊຍະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະພັກ,
ພຊສ ສາລະວັນ ຮ່ວມກັນສະຫຼອງວັນສິ່ງແວດລ້ອມໂລກ
ໃນຕອນເຊົ້າຂອງວັນທີ 5 ມິນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ປະຈຳແຂວງ ສາລະວັນ ໃດ້ຮ່ວມກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງສາລະວັນ,ພ້ອມດ້ວຍຄະນະນຳຂອງແຂວງ,ເມືອງ,ພະແນກການ, ຫ້ອງການອ້ອມຂ້າງແຂວງ ແລະ ເມືອງ ພ້ອມດ້ວຍຄູ ອາຈານ ນັກຮຽນ,ການຈັດຕັ້ງບ້ານອ້ອມຂ້າງເທດສະບານ ເກືອບ 100 ຄົນ ເຂົ້້າຮ່ວມສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ48ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດຄົບຮອບ 21 ປີ,
Page 15 of 19