ຂະແໜງທີ່ດິນ ເຂົ້າຮ່ວມການຝືກອົບຮົມການປັບປຸງຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ ໃນຄັ້ງວັນທີ 14-18 ທັນວາ 2021
ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິິ່ງແວດລ້ອມ ສະບັບເລກທີ 1801/ກຊສ ລົງວັນທີ 07 ເມສາ 2021 ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ.
ເພື່ອຮັບຮອງ ແລະ ປະກາດໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ິດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ ສປປ ລາວ (LCIS) ທີ່ໄດ້ພັດທະນາໂດຍການຮ່ວມມື ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ພາຍໃຕ້ໂຄງການຄວາມຮູ້ເພື່ອການພັດທະນາ (K4D) ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດເຊີແລນ (SDC). ກົມທີ່ດິິນ(ກະຊວງ ຊສ )
ຄະນະພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ລົງຕິດຕາມການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສະໝ້ວຍ
ໃນຕອນເຊົ້າຂອງວັນທີ 26 ສິງຫາ 2021 ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມທັງທີມງານຕິດຕາມກວດກາ ຂັ້ນແຂວງ ສົມທົບກັບ ຄະນະກໍາມະການຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງເມືອງສະໝ້ວຍ ໄດ້ລົງຕິດຕາມກວດກາການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສະໝ້ວຍ.
ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລົງຕິດຕາມກວດກາການຜະລິດແປ້ງມັນຂອງບໍລິສັດວິນາ ສາລະວັນກະເສດ ຈຳກັດ ທີ່ບ້ານເລນ ເມືອງ ເລົ່າງາມ
ໃນຕອນເຊົ້ຂອງວັນທີ 26 ສິງຫາ 2021, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງ ແລະ ວິຊາການ ຂະແໜງສິ່ງແວດລ້ອມ, ນ້ຳ, ອຸຕຸນິຍົມ ແລະ ອຸທົກກະສາດ ລົງສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ ໄດ້ລົງຕິດຕາມກວດກາການຜະລິດແປ້ງມັນຂອງບໍລິສັດ ວິນາສາລະວັນກະເສດ ຈຳກັດ
ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມຂະບວນການອະນາໄມຕາມເສັ້ນທາງໃນເທດສະບານເມືອງສາລະວັນ
ໃນ ວັນທີ 6 ສິງຫາ 2021 ນີ້, ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ເຂົ້າຮ່ວມຂະບວນການອະນາໄມຕາມເສັ້ນທາງໃນເທດສະບານເມືອງສາລະວັນ ຕາມແຈ້ງການຂອງຄະນະບໍລິຫານງານຊາວນຸ່ມແຂວງສາລະວັນສະບັບເລກທີ 10/ຄຊປປລ.ສວ ລົງວັນທີ 5 ສິງຫາ 2021
Read more: ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ...
ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລົງຊຸກຍູ້ວຽກງານການກໍານົດຕໍາແໜ່ງງານ ແລະ ການປັບປຸງການຈັດຕັ້ງ ຕາມພາລະບົດບາດໃໝ່ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ
ໃນຕອນເຊົ້ຂອງວັນທີ 5 ສິງຫາ 2021, ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ລົງສົມທົບກັບຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເລົ່າງາມ ໄດ້ເຂົ້າຮ່ວມເຮັດວຽກຮ່ວມກັບ ທ່ານ ສົມສັກ ວົງຄຳຫານ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເລົ່າງາມ
Page 2 of 19