ຄະນະພະແນກ ຊສ ແຂວງສາລະວັນ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ 4 ຕົວເມືອງ
ໃນລະຫ່ວາງວັນທີ14-15ກັນຍາ2020 ນີ້ ທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ
ແຂວງ ສາລະວັນ ໄດ້ຮ່ວມກັບພະນັກງານຂະແໜງການທີ່ກ່ຽວຂ້ອງພາຍໃນພະແນກ ຊສ ປະຈຳແຂວງ, ເຄື່ອນໄຫວຊຸກຍູ້ວຽກງານ
ຊັບພະ ຍາກອນທຳມະຊາດແລະສິ່ງແວດລ້ອມ ຢູ່ 4 ຕົວເມືອງ
Read more: ຄະນະພະແນກ ຊສ ແຂວງສາລະວັນ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ 4 ຕົວເມືອງ
ມອບ-ຮັບອຸປະກອນສືສານທາງໄກລະຫ່ວາງພຊສ ສາລະວັນ ກັບ ທິມງານສູນກາງ ກຊສ
ໃນຕອນບ່າຍຂອງວັນທີ27ສິງຫາ2020ນີ້ຄະນະທິມງານຈາກສູນກາງກະຊວງຊັບ ພະຍາກອນທຳມະຊາດແລະ ສິ່ງແວດລ້ອມໄດ້ລົງມາມອບ ເຄື່ອງແລະໄດ້ແນະນຳການຕິດຕັ້ງອຸປະກອນການສື່ສານທາງໄກ(video conference)ທົດລອງການໄຊ້ງານເພື່ອອຳນວຍຄວາມສະດວກ ໃນການປະຊຸມທາງໄກໃຫ້ແກ່ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງ ສາລະວັນ ໃຫ້ກຽດເຂັົ້າຮ່ວມ ໃນພິທີຄັ້ງ ນີ້ ແມ່ນທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ພ້ອມນັ້ນ ໄດ້ມີຂະ ແໜງການອ້ອມຂ້າງ ພະແນກພ້ອມດ້ວຍພະນັກງານວິຊາການຈຳນວນ ໜຶ່ງເຂົ້າຮ່ວມເປັນສັກຂີພະຍານ ,ເຄື່ອງທີນຳມາມອບ ໃນຄັ້ງ ນີ້ປະກອບມີອຸປະກອນຮັບໃຊ້ກອງປະຊຸມທາງໄກເຊີ່ງລວມມີໜ້າຈໍມໍລິເຕີ1ໜ່ວຍ,ກ້ອງຈັບພາບ1ໜ່ວຍແລະຄອມພິວ ເຕີຄອບຄຸມລະ ບົບ 1ໜ່ວຍ,ລວມມູນຄ່າ 3,920 ໂດລາສະຫາລັດຫຼືປະມານ 35 ລ້ານກ່ວາກີບ.
Read more: ມອບ-ຮັບອຸປະກອນສືສານທາງໄກລະຫ່ວາງພຊສ ສາລະວັນ ກັບ ທິມງານສູນກາງ ກຊສ
ພຊສ ສາລະວັນເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກ້ວາງຄັ້ງທີ12ສະໃໝທີVIII
ໃນຕອນເຊົ້າຂອງວັນທີ28ສິງຫາ2020ນີ້ພະແນກຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມແຂວງສາລະວັນ ໄດຈັດພິທີປະ ຖາກະຖາ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງ ສາລະວັນ ເປີດກ້ວາງຄັ້ງທີ 12ສະໃໝທີ8,ໂດຍພາຍໄຕ້ການເຜີຍແຜ່ຂອງທ່ານສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນ ກຊສ ແຂວງ ສາລະວັນ ,ຜູ້ເຂົ້າຮ່ວມຮັບຟັງປະກອບມີ ຫົວໜ້າຂະແໜງຮອງຂະແໜງ,ພະນັກ ງານສຳມະຊິກພັກ, ລັດຖະກອນ, ພະນັກງານຕາມສັນຍາຂະແໜງການອ້ອມຂ້າງພະແນກຊສ, ເຂົ້າຮ່ວມ35ຄົນ ,ຍິງ14ຄົນ ,ຜູ້ເຂົ້າຮ່ວມ ໄດ້ຮັບຟັງຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກ້ວາງຄັ້ງທີ12ສະໃໝທີ8
Page 11 of 19