3 ອົງການຈັດຕັ້ງມະຫາຊົນ ພຊສ ສາລະວັນສ້າງຂະບວນການຕອນຮັບວັນສຳຄັນຂອງຊາດ,ຂອງພັກ
ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2020 ນີ້ 3ອົງການຈັດຕັ້ງມະຫາຊໍົນພະແນກຊັບ ພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ສາລະວັນ,ເຊີ່ງປະກອບມີອົງການຈັດຕັ້ງກຳມະບານ , ອົງການຈັດຕັ້ງຊາວໜຸ່ມແລະອົງການຈັດຕັ້ງແມ່ຍິງຈຳນວນ 40ກົ່ວຄົນ,ໄດ້ສາມະຄີ ກັນອອກແຮງານອະນາໄມເກັບມຽນສິ່ງເສດເຫຼືອລໍ້ລຽບແຄມທາງໃນເທດສະບານເມືອງແລະແຂວງສາລະວັນເຊີ່ງລວມໄລຍະທາງເກືອບ2ກິ ໂລແມັດ
Read more: 3 ອົງການຈັດຕັ້ງມະຫາຊົນ ພຊສ ສາລະວັນສ້າງຂະບວນການຕອນຮັບວັນສຳຄັນຂອງຊາດ,ຂອງພັກ
ພຊສ ສາລະວັນປະເມີນການປະຕິບັດວຽກງານ 7 ເດືອນຕົ້ນປີ 2020
ໃນຕອນບາຍຂອງວັນທີ13ກໍລະກົດ2020 ນີ້ຢູ່ທີພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາ ລະວັນໄດ້ຈັດ ປະຊຸມປະ ເມີນການຈັດຕັ້ງປະຕິບັດວຽກງານໄລຍະ7 ເດຶອນຕົ້ນປີ 2020ຂຶ້ນ ,ພາຍໄຕ້ການເປັນປະ ທານຂອງທ່ານ ສັກດາ ແກ້ວດວງສີ ຮັກສາການ ຫົວໜ້າພະແນກຊສແຂວງສາລະວັນ,ພ້ອມນັ້ນໄດ້ມີຄະນະພະແນກ,ຫົວໜ້າຂະແໜງ ຮອງຂະແໜງ ພະນັກງານວິຊາການ ເຂົ້າຮ່ວມຢ່າງ ພ້ອມພຽງ,ທີ່ປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 7 ເດືອນຜ່ານມາ
Read more: ພຊສ ສາລະວັນປະເມີນການປະຕິບັດວຽກງານ 7 ເດືອນຕົ້ນປີ 2020
ພຊສ ສາລະວັນເຜີຍແຜ່ເອກກະສານຕ້ານ-ສະກັດກັ້ນການກະທຳຄວາມຜິດກ່ຽວກັບການຟອກເງີນ
ໃນຕອນເຊົ້າຂອງວັນທີ6ກໍລະກົດ2020ນີ້ພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມແຂວງສາລະວັນ ໃດ້ຈັດພິທີເຜີຍແຜ່ ເອກະສານຕ້ານ ແລະ ສະກັດກັ້ນການກະທຳຄວາມຜິດກ່ຽວກັບການຟອກເງິນ ເປັນຕົ້ນຄຳສັ່ງແນະນຳວ່າດ້ວຍການ ດຳເນີນຄະດີການ ຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ,ດຳລັດວ່າດ້ວຍ ຄວາມຮັບຜິດຊອບໃນການສະກັດກັ້ນ ການຟອກເງິນ ແລະການ ກໍ່ການຮ້າຍ
Read more: ພຊສ ສາລະວັນເຜີຍແຜ່ເອກກະສານຕ້ານ-ສະກັດກັ້ນການກະທຳຄວາມຜິດກ່ຽວກັບການຟອກເງີນ
ຄະນະພະແນກ ຊສ ແຂວງສາລະວັນ ຊຸກຢູ້ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດທຳມະຊາດແລະສິ່ງແວດລ້ອມຢູ່2ຕົວເມືອງ
ໃນລະຫ່ວາງວັນທີ1-2ກໍລະກົດ2020ນີ້ທ່ານສົມພອນແສງສຸລິຈັນ ຮອງຫົວໜ້າພະແນກຊັບ ພະຍາກອນ ທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງພະແນກຊສ ປະຈຳແຂວງ ໄດ້ໄປເຄືອນໄຫວສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່2ຕົວ ເມືອງຄືເມືອງລະຄອນເພັງແລະເມືອງສາລະວັນ,ສຳລັບໜ້າວຽກຫຼັກໃນການຊຸກຍູ້ແມ່ນເລັ່ງໃສ່ວຽກງານທີ່ດິນ ,ວຽກແຜນການ ,ວຽກງານການເງີນແລະວຽກງານສິ່ງແວດລ້ອມ
ຄະນະພະແນກ ຊສ ສາລະວັນ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງ ຕະໂອ້ຍ
ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020 ນີ້ທ່ານ ສຸພະໄຊ ບຸນຍົງຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ວຽກງານ ຄຸ້ມຄອງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມຢູ່ເມືອງຕະໂອ້ຍແຂວງສາລະວັນເພື່ອທົບທວນຄຶນໝາກຜົນ ຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາເປັນຕົ້ນ ແມ່ນວຽກງານຄຸ້ມຄອງທີ່ດິນ,ວຽກຊັບພະຍາກອນນ້ຳອຸຕຸນິຍົມອຸທົກກະສາດ,ວຽກງານສິ່ງ ແວດລ້ອມການປຽນແປງດິນຟ້າອາກາດ ແລະ ວຽກງານອຶ່ນໆ
Read more: ຄະນະພະແນກ ຊສ ສາລະວັນ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງ ຕະໂອ້ຍ
Page 13 of 19