ຕາມການລາຍງານຜົນຂອງການກໍ່ສ້າງຫ້ອງການຊສເມືອງເລົ່າງາມແຂວງສາລະວັນຕໍ່ຄະນະຊີ້ນຳໂຄງການຈາກກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນໃນ ຕອນເຊົ້າ ຂອງວັນທີ29ມິຖຸນາ2020ນີ້ໃຫ້ຮູ້ວ່າໂຄງການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງເລົ່າງາມ,ແມ່ນ ໃດ້ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນມີນາ2020ເປັນຕົ້ນມາ,ເຊີ່ງເປັນອາຄານຊັ້ນດຽວມີຂະໜາດກ້ວາງ15ແມັດ,ຍາວ20ແມັດ, ໂຄງຫຼັງ ຄາເຫຼັກ,ມຸງດ້ວຍກະເບື້ອງ,ຝາກໍ່ດ້ວຍດິນຈີ່,ມູນຄ່າສັນຍາລວມການກໍ່ສ້າງເຈັດຮ້ອຍລ້ານກ່ວາກີບ,ມາຮອດປະຈຸບັນແມ່ນໃດ້ກໍ່ສ້າງ ສຳ ເລັດແລ້ວ70ສ່ວນຮ້ອຍ,ໃນນັ້ນມີໜ້າວຽກພາກໂຄງສ້າງ,ວຽກກໍ່ຝາວຽກສາບແລະໂຄງຫຼັງຄາແມ່ນສຳເລັດແລ້ວເປັນສ່ວນໃຫ່ຍ ,

      ໃນຕອນເຊົ້າຂອງວັນທີ 24ມີຖຸນາ 2020ນີ້ ທ່ານສຸພະໄຊ ບຸນຍົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ເມືອງຕຸ້ມລານ ແຂວງສາລະວັນ ເພື່ອທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາເປັນຕົ້ນແມ່ນວຽກງານຄຸ້ມຄອງທີ່ດິນ,ວຽກຊັບພະຍາກອນນໍ້າອຸຕຸນິຍົມອຸທົກກະສາດ ແລະ ວຽກງານອື່ນໆ,

      ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2020 ພຊສ ສາລະວັນ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານເດືອນທີ 6 ແລະ ວາງແຜນການເດືອນຕໍ່ໜ້າປີ 2020 ຂື້ນ ທີ່ຫ້ອງປະຊຸມ ພຊສ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ,ຮອງຫົວໜ້າຂະແໜງ ພ້ອມດ້ວຍວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວເຂົ້າຮ່ວມທັງໜົດ 18 ທ່ານ,ຍິງ 6 ທ່ານ, ທີ່ປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະຂະແໜງການເພື່ອໃຫ້ທີ່ປະຊຸມໄດ້ຮັບຮູ້ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ກໍ່ຄືແຜນສືບຕໍ່ໃນເດື່ອນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ,

 

     ໃນຕອນເຊົ້າຂອງ ວັນທີ 19 ມິຖຸນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວລ້ອມ ແຂວງສາລະວັນ ໄດ້ຈັດກອງປະຊຸມ ປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບ ການຮ່າງແຜນຄຸ້ມຄອງແຫຼ່ງນ້ຳຫ້ວຍປາໄອ່ ມີພຶ້ນທີ່ຂຶ້ນກັບເມືອງສາລະວັນ ແລະ ສ່ວນໜຶ່ງຂອງເມືອງຕະໂອ້ຍ,ເປັນຕົ້ນແມ່ນເຂດຍອດນ້ຳ,ໃນນີ້ ບັນດາກິດຈະກຳຫຼັກ ທີ່ນຳມາແລກປຽນ ຄົ້ນຄ້ວາກ່ຽວກັບ ການຄຸ້ມຄອງແຫຼ່ງນ້ຳແຫ່ງດັ່ງກ່າວປະກອບມີ ຄວາມຮັບປະກັນໃນການຄຸ້ມຄອງນຳໃຊ້,ການອະນຸລັກ, ການຄຸ້ມຄອງສິ່ງແວດລ້ອມຕາມທິດສີຂຽວ ແລະ ຍຶນຍົງ,ການມີສ່ວນຮ່ວມຂອງບຸກຄົນ ນິຕິບຸກຄົນ,ການຈັດຕັ້ງທີ່ກ່ຽວຂ້ອງ ຕໍ່ກັບການພັດທະນາ,ການນຳໃຊ້,ການປົກປັກຮັກສາ ແຫຼ່ງນໍ້າຊັບພະຍາກອນນ້ຳ,ການຟຶ້ນຟູ ແລະ ຄວາມຮັບຜິດຊອບ ຜົນເສຍຫາຍຕໍ່ກັບແຫຼ່ງນ້ຳ,ຊັບພະຍາກອນນ້ຳ, ທັງນີ້ກໍ່ເພື່ອ ແນ່ໃສ່ຄຸ້ມຄອງປົກປັກຮັກແຫຼງນ້ຳ,ຊັັບພະຍາກອນນ້ຳ ໃຫ້ມີຄຸນນະທີດີ, ມີຄວາມຢຶນຍົງບໍບົກແຫ້ງ ແລະ ອຸດົມສົມບູນໃນທຸກໆດ້ານ ຕະຫຼອດໄປ,ກອງປະຊຸມໄດ້ດຳເນີນໄປ ເປັນເວລາໜຶ່ງວັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນ ແລະ ສີ່ງແວດລ້ອມ ປະຈຳແຂວງສາລະວັນ, ນອກຈາກນັ້ນ ຍັງໄດ້ມີພະແນກການທີ່ກ່ຽວຂອ້ງ,ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງສາລະວັນ, ເມືອງຕະໂອຍ, ພ້ອມດ້ວຍ ຫ້ອງການທີ່ກ່ຽວຂ້ອງຂອງສອງເມືອງ ແລະ ຂະແໜງການທີ່ຂຶ້ນກັບ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2020 ນີ້ ທ່ານ ສຸພະໄຊ ບຸນຍົງຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ປະຈຳແຂວງ ສາລະວັນ ໃດ້ເຂົ້າຮ່ວມກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງ ຄົງເຊໂດນ ,ພ້ອມດ້ວຍຄະນະນຳຂອງ,ເມືອງ,ຫ້ອງການອ້ອມຂ້າງ ເມືອງ ພ້ອມດ້ວຍຄູ ອາຈານ ນັກຮຽນ,ການຈັດຕັ້ງບ້ານອ້ອມຂ້າງເທດສະບານ ເກືອບ 70 ຄົນ ເຂົ້້າຮ່ວມສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ48ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດຄົບຮອບ 21 ປີ, ສຳລັບກິດຈະກຳໃນການເຄືອນໄຫວໃນຄັ້ງນີ້ປະກອບມີ ຂະບວນການອອກແຮງງານອະນາໄມເກັບມ້ຽນສິ່ງເສດເຫຼືອເຂດຄວາມຮັບພິຊອບ ເພື່ອປຸກຈິດສຳນຶກໃຫ້ກັບສັງຄົມ,ຈາກນັ້ນຜູ້ເຂົ້າຮ່ວມໃດ້ສາໜັກຄີກັນປຸກຕົ້ນໄມ້ເພືອປະດັບແລະເປັນຫົ່ມເງົາໃນເຂດດິນເປົ້່າ ຫ່ວາງ ເຂດຄວາມຮັບພິຊອບຂອງ,ຫ້ອງການອ້ອມຂ້າງ, ສະຖານີ່ໂຮງຮຽນ ແລະ ເຂດຊຸມຊົນທີ່ຂຶ້ນກັບເທດສະບານ ເມືອງຄົງເຊໂດນ ຕຶ່ມອີກ,  ທັງນີ້ກໍ່ເພື່ອເປັນການອະນຸລັກຮັກສາສະພາບແວດລ້ອມໃຫ້ກັບຊຸມຊົນກໍ່ຄືການປຸກຈິດສຳນຶກໃຫ້ສັງຄົມເຫັນໃດ້ຄວາມສຳຄັນໃນການປົກປັກຮັກສາສະພາບແວດລ້ອມອ້ອມຂ້າງໃຫ້ມີຄວາມສະອາດສວຍງາມປາສະຈາກກິນອາຍມົນລະພິດ, ສິ່ງເສດເຫຼືອທີຈະເປັນພາຫະນະນໍາເຊື້ອພະຍາດ,ເຊື້ອໂລກຕ່າງໆທີ່ມີຕາມລະດູການໃຫ້ໝົດໄປ.