ໃນຕອນບ່າຍຂອງວັນທີ 18 ມິນາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພຊສ ແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການ ລົງຕິດຕາມການລົງສຳຫຼວດເນື້ອທີ່ດິນ ໃຫ້ກັບບໍລິສັດ ລາວອາໂກຣເທັກ ມະຫາຊົນຢູ່ ເມືອງສະໜ້ວຍ ແຂວງສາລະວັນ ເພື່ອປູກໄມ້ອຸດສາຫະກຳ ເປັນຕົ້ນແມ່ນໄມ້ກະຖິນນາລົງ, ການສຳຫຼວດປັກຫຼັກໝາຍແມ່ນຈະໃຊ້ເວລາ 30 ວັນ ເຊິ່ງເລີ້ມຕົ້ນແຕ່ວັນທີ 24 ກຸມພາແມ່ນສາມາດ  ສຳຫຼວດວັດແທກໃດ້ແລ້ວ 916 ເຮັກຕາ,

ໃນຕອນເຊົ້າວັນທີ 17 ມິນາ 2020  ພຊສ ໃດ້ຈັດກອງປະຊຸມຜ່ານຮ່າງແຜນການຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສາລະວັນ, ໂດຍຕິດພັນກັບບົດສະຫຼຸບວຽກງານຮອບດ້ານປະຈຳປີ 2019 ວາງທິດທາງແຜນການປີ 2020 , ທີ່ໂຮງແຮມສິນສະໄໝ   ພາຍໃຕ້ການເປັນປະທານຂອງ , ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ,ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ,ມີຫົວໜ້າ-ຮອງ 8ຂະແໜງການທີ່ຂື້ນກັບ ພຊສ,ຫົວໜ້າ - ຮອງ ຫ້ອງການ ຊສ 8 ຕົວເມືອງ ,ຕາງໜ້າພະແນກການທີ່ກ່ຽວຂ້ອງ, ເຂົ້າຮ່ວມທັງໜົດຈຳນວນ 64 ທ່ານ, ຍິງ 9 ທ່ານ  ກອງປະຊຸມໃດ້ຜ່ານຮ່າງແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ,


ໃນຕອນບ່າຍ ວັນທີ 12 ມິນາ 2020  ພຊສ ຮ່ວມກັບ ກົມແຜນການ ແລະ ການຮ່ວມມື,ກຊສ ໃດ້ຈັດກອງປະຊຸມ ຊຸກຍູ້ ວຽກງານແຜນການ ແລະ ວຽກງານຮ່ວມມື ຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ,ທີ່ຫ້ອງປະຊຸມຂອງພະແນກ ຊສ ,ໂດຍການເປັນປະທານຂອງ ທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າ ພະແນກ ຊສ, ມີຫົວໜ້າ - ຮອງ 8 ຂະແໜງ ທີ່ຂື້ນກັບ ພຊສ ພ້ອມດ້ວຍວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ, ຕາງໜ້າຫ້ອງການ ຊສ ເມືອງສາລະວັນ, ເຂົ້າຮ່ວມທັງໜົດຈຳນວນ 26 ທ່ານ , ຍິງ 8 ທ່ານ 

     ໃນຕອນບ່າຍຂອງວັນ 10 ມິນາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບເມືອງສາລະວັນ, ພ້ອມດ້ວຍຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຈຳນວນ 30 ທ່ານ, ເຂົ້າຮ່ວມສຳຫຼວດດິນເຂດທ່ອງທ່ຽວຖ້ຳພູຜາສຸກ ເມືອງ ແລະ ແຂວງ ສາລະວັນ,

        

ໃນຕອນເຊົ້າວັນທີ 21 ກຸມພາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດພິທີ່ມອບ - ຮັບ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢ່າງເປັນທາງການ ລະຫ່ວາງ ທ່ານ  ອຸ່ນເຮືອນ  ລືສີສະໜຸດ ຫົວໜ້າ ພຊສ ຜູ້ເກົ່າ ແລະ ທ່ານ ສັກດາ ແກ້ວດວງສີ ເປັນຜູ້ຮັກສາການຫົວໜ້າ ພຊສ ຜູ້ໃໝ່ ,ໄດ້ຈັດຂື້ນຢູ່ຫ້ອງປະຊຸມສະໂມສອນແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທຽນ ແກ້ວໄຊຍະວົງ ຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າ - ຮອງພະແນກການທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການ ຊສ 8 ຕົວເມືອງ,ຫົວໜ້າ - ຮອງຂະແໜງ ແລະ ພະນັກງານວິຊາການຂອງພະແນກ ພຊສ ເຂົ້າຮ່ວມທັງໜົດ 65 ທ່ານ, ຍິງ 20 ທ່ານ ,ພິທີໃດ້ຜ່ານບົດສະຫຼຸບລາຍງານການມອບ - ຮັບ ເຊິ່ງມີຫຼາຍໜ້າວຽກທີ່ສຳຄັນ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ໃດ້ຮັບຜົນສຳເລັດໃນຕໍ່ໜ້າ, ມາຮອດເວາລາ 11: 30 ໂມງ ຂອງວັນດຽວກັນ ພິທີມອບ - ຮັບດັ່ງກ່າວກໍ່ໄດ້ປິດລົງຢ່າງຈົບງາມ.