ພຊສ ຈັດພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ,ຄັ້ງທີ I,ປະຈຳປີ 2019 ແລະວາງແຜນການສືບຕໍ່ ຄັ້ງວັນທີ II, ປະຈຳປີ 2020.
ໃນຕອນເຊົ້າວັນທີ 10 ມິຖຸນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດພິທີ່ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີI, ປະຈຳປີ 2019 ແລະ ວາງແຜນການສືບຕໍ່ ຄັ້ງທີ II, ປະຈຳປີ 2020 ,ເຊີ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມພະແນກການເງິນແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທຽນ ແກ້ວໄຊຍະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະພັກ,
ພຊສ ສາລະວັນ ຮ່ວມກັນສະຫຼອງວັນສິ່ງແວດລ້ອມໂລກ
ໃນຕອນເຊົ້າຂອງວັນທີ 5 ມິນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ປະຈຳແຂວງ ສາລະວັນ ໃດ້ຮ່ວມກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງສາລະວັນ,ພ້ອມດ້ວຍຄະນະນຳຂອງແຂວງ,ເມືອງ,ພະແນກການ, ຫ້ອງການອ້ອມຂ້າງແຂວງ ແລະ ເມືອງ ພ້ອມດ້ວຍຄູ ອາຈານ ນັກຮຽນ,ການຈັດຕັ້ງບ້ານອ້ອມຂ້າງເທດສະບານ ເກືອບ 100 ຄົນ ເຂົ້້າຮ່ວມສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ48ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດຄົບຮອບ 21 ປີ,
ຄະນະພະແນກ ຊສ ສາລະວັນ ເຄື່ຶອນໄຫວຊຸກຍູ້ວຽກງານ ອຸຕຸນິຍົມອຸທົກກະສາດ ຢູ່ສອງຕົວເມືອງ
ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2020 ນີ້ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໃດ້ເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ວຽກງານ ອຸຕຸນິຍົມອຸທົກກະສາດ ແລະ ວຽກງານອຶ່ນໆຈຳນວນໜຶ່ງຢູ່ 2 ຕົວເມືອງ ຄື ເມືອງວາປີ ແລະ ເມືອງຄົງເຊໂດນ ແຂວງສາລະວັນ, ການລົງຊຸກຍູ້ວຽກງານໃນຄັ້ງນີ້ແມ່ນເລັງໃສ່ແນະນຳພະນັກງານວິຊາການທີເຮັດໜ້າທີໃນການຕິດຕາມກວດກາຫຼາວັດແທກນ້ຳໃນສາຍນ້ຳເຊໂດນ, ວິທີການເກັບກຳປະລິມານນ້ຳຝົນ, ເກັບກຳແສງແດດ, ຄ່າອຸນຫະພູມຕ່າງໆຕະຫຼອດຮອດການລາຍງານສະພາບການປ່ຽນແປງດິນຟ້າອາກາດ, ໃຫ້ກັບສາຍຕັ້ງສາຍຂວາງທີ່ມີການຕິດ ຕາມເຝົ້າລະວັງ, ເພື່ອກະກຽມຮັບມືກັບລະດູຝົນທີໄກ້ຈະມາເຖີງນີ້ໃຫ້ມີຄວາມຕຽມພ້ອມ ແລະແຈ້ງການລ່ວງໜ້າໃຫ້ສັງຄົມໃດ້ຮັບຮູ້ຢ່າງຫ່ວງທັນຖ້າຫາກມີເຫດການຄວາມສ່ຽງຕ່າງໆເກີດຂຶ້ນ,
Read more: ຄະນະພະແນກ ຊສ ສາລະວັນ ເຄື່ຶອນໄຫວຊຸກຍູ້ວຽກງານ ອຸຕຸນິຍົມອຸທົກກະສາດ ຢູ່ສອງຕົວເມືອງ
ພະແນກ ຊສ ສາລະວັນ ເຂົ້າຮ່ວມ ປຸກໄມ້ ເຂດແຫຼ່ງທ່ອງທ່ຽວທຳມະຊາດພູຜາສຸກ
ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2020 ນີ້, ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ແຂວງສາລະວັນ ພ້ອມດ້ວຍຄະນະພະແນກ, ຫົວໜ້າ,ຮອງຂະແໜງການຕະຫຼອດຮອດພະນັກງານວິຊາການຈຳນວນໜຶ່ງ ໃດ້ເຂົ້າຮ່ວມປຸກຕົ້ນໄມ້ຢູ່ເຂດແຫຼ່ງທ່ອງທ່ຽວ ພູຜາສຸກ ເມືອງ ແລະ ແຂວງ ສາລະວັນ, ສຳລັບເບ້ຍໄມ້ທີ່ນຳມາປຸກຄັ້ງນີ້ແມ່ນປະເພດໄມ້ ອຸດສາຫະກຳ ທີມີຄວາມເໝາະສົມກັບສະພາບພຶ້ນທີ່,ເຂດທ່ອງທ່ຽວພູຜາສຸກແມ່ນເຂດທີມີຄວາມອຸດົມສົມບູນທາງທຳມະຊາດ ເໝາະແກ່ການຂະຫຍາຍພັນພຶດ,ພັນສັດ ແລະ ທິວທັດທຳມະຊາດທີ່ສ່ວຍງາມ ເຊີ່ງທາງຄະນະນຳຂອງເມືອງ ແລະ ແຂວງສາລະວັນໃດ້ກຳນົດເປັນຈຸດທ່ອງທ່ຽວທີ່ສວຍງາມອິກແຫ່ງໜຶ່ງເພື່ອຮອງຮັບການທ່ອງທ່ຽວກໍ່ຄືການສຶກສາຄວາມຮູ້ກ່ຽວກັບພັນພຶດ,ພັນສັດ ແລະ ຊີວະນາໆພັນ ເພື່ອປະໂຫຍດອັນໃຫ່ຍຫຼວງຂອງລຸກຫຼານ,ສັງຄົມລຸ້ນຕໍ່ໆໄປ,
Read more: ພະແນກ ຊສ ສາລະວັນ ເຂົ້າຮ່ວມ ປຸກໄມ້ ເຂດແຫຼ່ງທ່ອງທ່ຽວທຳມະຊາດພູຜາສຸກ
ພຊສ ສາລະວັນ ຮັບການສ່ອງແສງວຽກງານໄລຍະ 4 ເດືອນຕົ້ນປິ 2020.
ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໃດ້ຈັດປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານໃນໄລຍະ 4 ເດືອນຕົ້ນປີ 2020 ຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊສ ປະຈຳແຂວງສາລະວັນ,ໃນນັ້ນໃດ້ມີຮອງຫົວໜ້າພະແນກ ຊສ, ຫົວໜ້າຂະແໜງ,ຮອງຂະແໜງ ອ້ອມຂ້າງພະແນກເຂົ້າຮ່ວມຢ່າງພ້ອມພຽງ ທີ່ປະຊຸມໃດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການ ເພື່ອໃຫ້ພະແນກກໍ່ຄືທີ່ປະຊຸມໃດ້ຮັບຮູ້,ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ກໍ່ຄືແຜນສືບຕໍ່ໃນເດືອນຕໍ່ໜ້າໃຫ້ໃດ້ຮັບຜົນສຳເລັດເປັນກ້າວໆ,
Read more: ພຊສ ສາລະວັນ ຮັບການສ່ອງແສງວຽກງານໄລຍະ 4 ເດືອນຕົ້ນປິ 2020.
Page 16 of 19