ຫົວໜ້າພະແນກ ຊສ ແຂວງ ສາລະວັນ ພ້ອມທີມງານຮ່ວມຕິດຕາມແກ້ໄຂເຂດແດນດິນ ຄ້າຍທະຫານ ກອງພົນທີ 5 ທີ່ບ້ານ ກຸດລຳພອງ - ໜອງໂນ.
ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ພ້ອມດ້ວຍພະນັກງານວິຊາການ ໃດ້ຮ່ວມກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຄົງເຊໂດນ, ເມືອງ ລະຄອນເພັງ, ຕາງໜ້ານາຍ ແລະ ພົນທະຫານ ກອງພົນທີ 5 ພ້ອມອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ຈຳນວນ 23 ທ່ານ,ຈາກສອງບ້ານຄື: ບ້ານໜອງໂນ ເມືອງຄົງເຊໂດນ ແລະ ບ້ານກຸດລຳຟອງ ເມືອງລະຄອນເພັງ,
ຫົວໜ້າພະແນກ ຊສ ສາລະວັນຕິດຕາມການບຸກເບີກເນື້ອທີ່ດິນປູກໄມ້ໃຫ້ໝາກ ໃນ 3 ບ້ານ ຂອງເມືອງ ວາປີ.
ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ພ້ອມດ້ວຍພະນັກງານວິຊາການຂະແໜງການທີ່ກ່ຽວຂ້ອງ ຮ່ວມກັບຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ວາປີ ເຂົ້າຮ່ວມຕິດຕາມການບຸກເບີກເນື້ອທີ່ດິນເພື່ອປູກໄມ້ໃຫ້ໝາກ,
Read more: ຫົວໜ້າພະແນກ ຊສ ສາລະວັນຕິດຕາມການບຸກເບີກເນື້ອທີ່ດິນປູກໄມ້ໃຫ້ໝາກ ໃນ 3 ບ້ານ ຂອງເມືອງ ວາປີ.
ພຊສ ສ.ວ ຮ່ວມກັບ ກົມຄວບຄຸມມົນລະພິດ,ກຊສ ເກັບກຳຂໍ້ມູນມົນລະພິດ ແລະ ສິ່ງເສດເຫຼືອອັນຕະລາຍ.
ໃນຕອນເຊົ້າ ຂອງວັນທີ 19 ມິນາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ຮ່ວມກັບກົມຄວບຄຸມມົນລະພິດ, ກຊສ ໄດ້ຈັດກອງປະຊຸມປືກສາຫາລື ແລະ ເກັບກຳຂໍ້ມູນ ກ່ຽວກັບການຄຸ້ມຄອງເຄມີເປັນພິດ ແລະ ສິ່ງເສດເຫລືອອັນຕະລາຍ ,ທີ່ຫ້ອງປະຊຸມຂອງ ພຊສ ແຂວງ ໂດຍການເປັນປະທານຂອງ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພຊສ ແຂວງສາລະວັນ ,ເຊິ່ງມີ ຫົວໜ້າ 8 ຂະແໜງ ທີ່ຂື້ນກັບ ພຊສ, ຕາງໜ້າພະແນກການອ້ອມຂ້າງທີ່ກ່ຽວຂ້ອງ,ທີ່ໄດ້ຮັບການຈັດຕັ້ງປະຕິບັດ ,ເຂົ້າຮ່ວມທັງໜົດຈຳນວນ 13 ທ່ານ, ຍິງ 3 ທ່ານ ,
Read more: ພຊສ ສ.ວ ຮ່ວມກັບ ກົມຄວບຄຸມມົນລະພິດ,ກຊສ ເກັບກຳຂໍ້ມູນມົນລະພິດ ແລະ ສິ່ງເສດເຫຼືອອັນຕະລາຍ.
ຮັກສາການ ຫົວໜ້າ ພະແນກ ຊສ ລົງຊຸກຍູ້ການສຳຫຼວດດິນ ປູກໄມ້ອຸດສາຫະກຳ ຢູ່ ເມືອງສະໜ້ວຍ ແຂວງສາລະວັນ.
ໃນຕອນບ່າຍຂອງວັນທີ 18 ມິນາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພຊສ ແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການ ລົງຕິດຕາມການລົງສຳຫຼວດເນື້ອທີ່ດິນ ໃຫ້ກັບບໍລິສັດ ລາວອາໂກຣເທັກ ມະຫາຊົນຢູ່ ເມືອງສະໜ້ວຍ ແຂວງສາລະວັນ ເພື່ອປູກໄມ້ອຸດສາຫະກຳ ເປັນຕົ້ນແມ່ນໄມ້ກະຖິນນາລົງ, ການສຳຫຼວດປັກຫຼັກໝາຍແມ່ນຈະໃຊ້ເວລາ 30 ວັນ ເຊິ່ງເລີ້ມຕົ້ນແຕ່ວັນທີ 24 ກຸມພາແມ່ນສາມາດ ສຳຫຼວດວັດແທກໃດ້ແລ້ວ 916 ເຮັກຕາ,
ພະແນກ ຊສ ແຂວງສາລະວັນ ເປີດກອງປະຊຸມ ຜ່ານຮ່າງແຜນຈັດສັນທີ່ດິນ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍຕິດພັນກັບບົດສະຫຼຸບວຽກງານຮອບດ້ານປະຈຳປີ2019 ວາງແຜນການປີ2020.
ໃນຕອນເຊົ້າວັນທີ 17 ມິນາ 2020 ພຊສ ໃດ້ຈັດກອງປະຊຸມຜ່ານຮ່າງແຜນການຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສາລະວັນ, ໂດຍຕິດພັນກັບບົດສະຫຼຸບວຽກງານຮອບດ້ານປະຈຳປີ 2019 ວາງທິດທາງແຜນການປີ 2020 , ທີ່ໂຮງແຮມສິນສະໄໝ ພາຍໃຕ້ການເປັນປະທານຂອງ , ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ,ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ,ມີຫົວໜ້າ-ຮອງ 8ຂະແໜງການທີ່ຂື້ນກັບ ພຊສ,ຫົວໜ້າ - ຮອງ ຫ້ອງການ ຊສ 8 ຕົວເມືອງ ,ຕາງໜ້າພະແນກການທີ່ກ່ຽວຂ້ອງ, ເຂົ້າຮ່ວມທັງໜົດຈຳນວນ 64 ທ່ານ, ຍິງ 9 ທ່ານ ກອງປະຊຸມໃດ້ຜ່ານຮ່າງແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ,
Page 17 of 19