ພະແນກ ຊສ ແຂວງສາລະວັນ ຮ່ວມກັບກົມແຜນການ ແລະ ການຮ່ວມມື,ກຊສ.
ໃນຕອນບ່າຍ ວັນທີ 12 ມິນາ 2020 ພຊສ ຮ່ວມກັບ ກົມແຜນການ ແລະ ການຮ່ວມມື,ກຊສ ໃດ້ຈັດກອງປະຊຸມ ຊຸກຍູ້ ວຽກງານແຜນການ ແລະ ວຽກງານຮ່ວມມື ຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ,ທີ່ຫ້ອງປະຊຸມຂອງພະແນກ ຊສ ,ໂດຍການເປັນປະທານຂອງ ທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າ ພະແນກ ຊສ, ມີຫົວໜ້າ - ຮອງ 8 ຂະແໜງ ທີ່ຂື້ນກັບ ພຊສ ພ້ອມດ້ວຍວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ, ຕາງໜ້າຫ້ອງການ ຊສ ເມືອງສາລະວັນ, ເຂົ້າຮ່ວມທັງໜົດຈຳນວນ 26 ທ່ານ , ຍິງ 8 ທ່ານ
Read more: ພະແນກ ຊສ ແຂວງສາລະວັນ ຮ່ວມກັບກົມແຜນການ ແລະ ການຮ່ວມມື,ກຊສ.
ຮັກສາການຫົວໜ້າພະແນກ ຊສ ຮ່ວມຊຸກຍູ້ວຽກທີ່ດິນ ເຂດທ່ອງທ່ຽວຖ້ຳພູຜາສຸກ.
ໃນຕອນບ່າຍຂອງວັນ 10 ມິນາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບເມືອງສາລະວັນ, ພ້ອມດ້ວຍຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຈຳນວນ 30 ທ່ານ, ເຂົ້າຮ່ວມສຳຫຼວດດິນເຂດທ່ອງທ່ຽວຖ້ຳພູຜາສຸກ ເມືອງ ແລະ ແຂວງ ສາລະວັນ,
Read more: ຮັກສາການຫົວໜ້າພະແນກ ຊສ ຮ່ວມຊຸກຍູ້ວຽກທີ່ດິນ ເຂດທ່ອງທ່ຽວຖ້ຳພູຜາສຸກ.
ພຊສ ຈັດພິທີມອບ - ຮັບ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່.
ໃນຕອນເຊົ້າວັນທີ 21 ກຸມພາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດພິທີ່ມອບ - ຮັບ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢ່າງເປັນທາງການ ລະຫ່ວາງ ທ່ານ ອຸ່ນເຮືອນ ລືສີສະໜຸດ ຫົວໜ້າ ພຊສ ຜູ້ເກົ່າ ແລະ ທ່ານ ສັກດາ ແກ້ວດວງສີ ເປັນຜູ້ຮັກສາການຫົວໜ້າ ພຊສ ຜູ້ໃໝ່ ,ໄດ້ຈັດຂື້ນຢູ່ຫ້ອງປະຊຸມສະໂມສອນແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທຽນ ແກ້ວໄຊຍະວົງ ຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າ - ຮອງພະແນກການທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການ ຊສ 8 ຕົວເມືອງ,ຫົວໜ້າ - ຮອງຂະແໜງ ແລະ ພະນັກງານວິຊາການຂອງພະແນກ ພຊສ ເຂົ້າຮ່ວມທັງໜົດ 65 ທ່ານ, ຍິງ 20 ທ່ານ ,ພິທີໃດ້ຜ່ານບົດສະຫຼຸບລາຍງານການມອບ - ຮັບ ເຊິ່ງມີຫຼາຍໜ້າວຽກທີ່ສຳຄັນ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ໃດ້ຮັບຜົນສຳເລັດໃນຕໍ່ໜ້າ, ມາຮອດເວາລາ 11: 30 ໂມງ ຂອງວັນດຽວກັນ ພິທີມອບ - ຮັບດັ່ງກ່າວກໍ່ໄດ້ປິດລົງຢ່າງຈົບງາມ.
Read more: ພຊສ ຈັດພິທີມອບ - ຮັບ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່.
ໜ່ວຍ ຮາກຖານກຳມະບານ ພະແນກ ຊສ ແຂວງສາລະວັນ ໃດ້ເຜີຍແຜ່ເຊື່ອມຊຶມດຳລັດກຳມະບານ.
ໃນຕອນແລງຂອງວັນທີ 17 ກຸມພາ 2020 ພະແນກ ຊສ ແຂວງສາລະວັນ ໃດ້ຈັດກອງປະຊຸມຜັນຂະຫຍາຍເຜີຍເຊື່ອມຊືມ ດຳລັດ 116/ລບ,ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 64 ປີ ແລະ ລະບຽບກອງທຶນສະບັບເລກທີ 432/ກຊບ.ສບຂ,ລົງວັນທີ 16 ພຶດສະພາ 2017 ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງສາລະວັນ
Read more: ໜ່ວຍ ຮາກຖານກຳມະບານ ພະແນກ ຊສ ແຂວງສາລະວັນ ໃດ້ເຜີຍແຜ່ເຊື່ອມຊຶມດຳລັດກຳມະບານ.
ພະແນກ ຊສ ແຂວງສາລະວັນ ຮັບຟັງປາຖະກະຖາ ເອກະສານວັນສຳຄັນຕ່າງໆ.
ໃນຕອນເຊົ້າ ຂອງວັນທີ 17 ກຸມພາ 2020 ຢູ່ທີ່ຫ້ອງປະຊຸມພະແນກ ຊສ ແຂວງ ໃດ້ຮັບຟັງປາຖະກະຖາ ເອກະສານວັນສຳຄົນຕ່າງໆ ເປັນຕົ້ນແມ່ນ ເອກະສານເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດ ກ້ວາງຄັ້ງທີ່່ 11 ສະໄໝທີ VII, ມະຕິຂອງກົມການເມືອງສູນກາງ ແລະ ຜັນຂະຫາຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ປະຈຳປີ 2019 ເລກທີ 05/ຄຈຂ.ສວ,ລົງວັນທີ 3 ກຸມພາ 2020,
Read more: ພະແນກ ຊສ ແຂວງສາລະວັນ ຮັບຟັງປາຖະກະຖາ ເອກະສານວັນສຳຄັນຕ່າງໆ.
Page 18 of 19